ອີເມລ email,e-mailຄື
ອີເມລ email,e-mail ຫຍໍ້ມາຈາກ Electronic - Mail ແມ່ນຈົດໝາຍອີເລັກໂທນິກ ຫຼື ໄປສະນີອີເລັກໂທນິກ ຄືວິທີການໝື່ງຂອງການແລກປ່ຽນຂໍ້ຄວາມແບບດີຈີຕ໋ອນ ເຊີ່ງອອກແບບໃຫ້ມະນຸດໃຊ້ເປັນຫຼັກ ຂໍ້ຄວາມນັ້ນຈະປະກອບໄປດ້ວຍ ເນື້ອຫາ, ທີ່ຢູ່ຂອງຜູ້ສົ່ງ ແລະ ທີ່ຢູ່ຂອງຜູ້ຮັບປະໂຫຍດຂອງ ອີເມລ email, e-mail
ໄລຍະທາງບໍ່ເປັນອຸປະສັກສຳລັບອີເມລ( email,e-mail ) ໃນທຸກແຫ່ງທົ່ວໂລກທີ່ມີເຄືອຄາຍອີນເຕີເນັດ ( Internet ) ທີ່ເຊື່ອຕໍ່່ເຖີງກັນໄດ້ ສາມາດເຂົ້າໄປໃນສະຖານະການເຫຼົ່ານັ້ນໄດ້ທຸກທີ່ ເຮັດໃຫ້ຜູ້ຄົນສາມາດຕິດຕໍ່ກັນໄດ້ໃນທຸກທີ່ ຜູ້ຮັບສາມາດຮັບຂ່າວສານຈາກອີເມລ ໄດ້ທັນທີ ທີ່ຜູ້ສົ່ງຈົດໝາຍສົ່ງຂໍ້ມູນສົ່ງສຳເລັດ.
2. ປະຢັດຄ່າໃຊ້ຈ່າຍໃນການສົ່ງຈົດໝາຍ ຫຼື ເອກະສານ.
ປະຢັດຄ່າໃຊ້ຈ່າຍໃນການຈ້າງໄປສະນີສົ່ງຈົດໝາຍ, ບໍ່ເສຍຄ່າເຈ້ຍກະດາດຂຽນຈົດໝາຍ
3. ປະຢັດເວລາໃນການສົ່ງເອກະສານ
ເພາະຜູ້ສົ່ງບໍ່ຈຳເປັນຕ້ອງເສຍເວລາໄປສົ່ງເອງ ຫຼື ຖ້າໄປສະນີໄປສົ່ງໃຫ້, ຜູ້ສົ່ງສາມາດສົ່ງເອກະສານໄດ້ຕະຫຼອດບໍ່ຈຳກັດເວລາ ຫຼື ໄລຍະທາງໃນການສົ່ງ ເຊີ່ງຜູ້ອ່ານກໍສາມາດເປີດອ່ານເອກະສານໄດ້ທຸກເວລາເຖີງວ່າຜູ້ຮັບຈະບໍ່ຢູ່ໃນຕໍ່ໜ້າຄອມພີວເຕີ ຈົດໝາຍກໍ່ຖືກເກັບຮັກສາໄວ້ໃນກ່ອງຈົດໝາຍຂອງອີເມລ ( email, e-mail ) ແລະ ເປັນສ່ວນຕົວ ຈົນກວ່າເຈົ້າຂອງຈົດໝາຍມີລະຫັດຜ່ານເປີດກ່ອງຈົນໝາຍຂອງຕົນເອງ.4. ສາມາດໂອນຖ່າຍແຟ້ມຂໍ້ມູນ ( Transferring Files )
ການສົ່ງຈົດໝາຍຜ່ານອີເມລສາມາດແນບຟຣາຍກັບຈົດໝາຍໄປຫາຜູ້ຮັບໄດ້ ເຮັດໃຫ້ການແລກປ່ຽນຂ່າວສານເປັນໄປຢ່າງສະດວກດ ວ່ອງໄວ ແລະ ທັນເຫດການ.
ຂໍ້ເສຍຂອງອີເມລ email, e-mail
1. ບາງຄັ້ງໃນການສົ່ງອີເມລ e-mail ນັ້ນ ຂໍ້ຄວາມອາດຖືກຕີກັບມາຍັງຜູ້ສົ່ງ ເນື່ອງຈາກວ່າ e-mail ຖືກສົ່ງໄປຍັງທີ່ຢ່ ທີ່ບໍ່ມີຕົວຕົນ ( ຜູ້ຮັບເລີກໃຊ້ອີເມລໄປແລ້ວ ) ຫຼື ບໍ່ມີຊື່ຜູ້ໃຊ້ອີເມລນັ້ນ ຈີ່ງເຮັດໃຫ້ຄົນທີ່ຕ້ອງການຮັບອີເມລແທ້ໆບໍ່ໄດ້ຮັບ ແຕ່ຄົນທີ່ໄດ້ຮັບອາດເປັນຄົນອື່ນແທນ ເຊີ່ງເຂົາອາດຈະບໍ່ຕອບອີເມລ ( e-mail ) ກັບ ຈື່ງອາດຈະບໍຮູ້ວ່າ ອີເມລ ( e-mail ) ທີ່ເຮົາສົ່ງນັ້ນໄປຮອດປາຍທາງ ຫຼື ບໍ່.
2. ບໍ່ສາມາດເຂົ້າເຖີງໄດ້ກັບທຸກຄົນ ແລະ ອາດຈະມີໄວຣັສມາພ້ອມກັບເອກະສານທີ່ສົ່ງມາ, ຖ້າຂໍ້ມູນໃນ Mail box ເຕັມກໍ່ບໍ່ສາມາດຮັບຂໍ້ມູນອື່ນໄດ້.




0 Comments