Facebook ແມ່ນເວັບໄຊທີ່ໃຫ້ບໍລິການເຄືອຄ້າຍອອນລາຍ ( Social Network ) ຜ່ານອີນເຕີເນັດ ( Internet ) ເປັນພື້ນທີ່ສຳລັບການແນະນຳຕົນເອງ, ຕິຕໍ່ສື່ສານກັບເພື່ອນໄດ້ທັງແບບ ສຽງ, ຂໍ້ຄວາມ, ພາບ ແລະ ວີດີໂອ ໂດຍທີ່ຜູ້ໃຊ້ສາມາດເປັນ ຫຼື ບໍ່ເປັນເພື່ອນກັບໃຜກໍ່ໄດ້ໃນ Facebook.
ນອກຈາກນີ້ຜູ້ໃຊ້ ຍັງສາມາດໃຊ້ Facebook ເພື່ອຮ່ວມເຮັດກິດຈະກຳກັບຜູ້ໃຊ້ງານອື່ໄດ້ເຊັ່ນ: ການຂຽນຂໍ້ຄວາມ, ການເລົ່າເລື່ອງ,ສະແດງຄວາມຄິດເຫັນເລື່ອງທີ່ຕົນເອງສົນໃຈ, ໂພສຮູບ, ວີດີໂອ, ແຊັດ, ຫຼີ້ນເກມທີ່ສາມາດຊວນຜູ້ໃຊ້ງານທ່ານອື່ມາຮ່ວມຫຼີ້ນກັບເຮົາໄດ້.
ວິທີສະໝັກບັນຊີ Facebook
ການສະໝັກ Facebook ສາມາດສະໝັກໄດ້ 2 ວິທີຄື:
1.ສະໝັກດ້ວຍອີເມລ:
ອີເມລທີ່ຈະສະໝັກຕ້ອງເປັນອີເມລທີ່ຍັງບໍ່ເຄີຍສະໝັກກັບ Facebook ມາກ່ອນ, ຖ້າໃຜຍັງບໍ່ມີອີເມລຂໍແນະນຳ Gmail ໃນການສະໝັກອີເມລມາລົງທະບຽນກັບ Facebook.
2. ສະໝັກດ້ວຍເບີ້ໂທລະສັບ
ເຮົາກໍພຽງກຽມເບີ້ໂທລະສັບທີ່ສາມາດໃຊ້ງານໄດ້ມີສັນຍານ ແລະ ສາມາດສົ່ງຂໍ້ຄວາມເຂົ້າໄດ້, ແຕ່ບາງທີ່ອານາຄົດເຮົາອາດຈະປ່ຽນເບີ້ໂທລະສັບ ເລີນບໍ່ຢາກແນະນຳວິທີນີ້ ບໍ່ເໝາະສົມສຳລັບຄົນທີ່ມັປ່ຽນເບີ້ໂທລະສັບຕະຫຼອດ.
ຂັ້ນຕອນການສະໝັກ Facebook
- ຂັ້ນທຳອິດໂຫຼດແອບ Facebook ມາແລ້ວ ກົດເປີດເຂົ້າໄປ
- ກົດບ່ອນ ສ້າງບັນຊີຜູ້ໃຊ້ Facebook ໃໝ່
- ໃຫ້ປ້ອນຊື່ ແລະ ນາມສະກຸນ ແລ້ວກົດ ຖັດໄປ
- ເລືກວັນເດືອນປີເກີດ ແລ້ວກົດຖັດໄປ
- ເລືອກເພດ ແລ້ວກົດຖັດໄປ
- ປ້ອນເບີ້ໂທ ຫາກລົງທະບຽນດ້ວຍເບີ້ໂທ
ແຕ່ຫາກລົງທະບຽນດ້ວຍອີເມລກໍ ກົດຊ່ອງສະໝັກດ້ວຍ ອີເມລ ແລ້ວກົດຖັດໄປ
- ໃສ່ລະຫັດຜ່ານ ຈະໃສ່ລະຫັດຫຍັງກໍ່ໄດ້ ແຕ່ຕອນຈື່ໃຫ້ດີ ແລ້ວກົດຖັດໄປ
- ກົດ ສະໝັກໃຊ້ງານ ແລ້ວກົດຖັດໄປ (ຕາມພາບ)
- ປ້ອນລະຫັດທີ່ສົ່ງເຂົ້າເບີ້ໂທລະສັບຂອງເຮົາ ຫາກສະໝັກດ້ວຍເບີ້ໂທ
ແຕ່ຫາກສະໝັກດ້ວຍອີເມລກໍ່ເອົາລະຫັດທີ່ Facebook ສົ່ງເຂົ້າ ອີເມລໃສ່
- ຂັ້ນຕອນນີ້ເຮົາຈະໃສ່ ຫຼື ໄວ້ໃສ່ພາຍຫຼັງກໍ່ໄດ້ ແລ້ວກົດ ຂ້າມໄປກໍ່ໄດ້
- ພຽງເທົ່ານີ້ກໍ່ສຳເລັດໃນການສະໝັກ Facebook
ຂໍ້ມູນອ້າງອີງ:











0 Comments