ສະໝັກບັນຊີ Gmail, Google ແບບງ່າຍໆ ດ້ວຍຕົນເອງ














ສະໝັກບັນຊີ Gmail, Google ແບບງ່າຍໆ ດ້ວຍຕົນເອງ

      ອີເມລ ເປັນສ່ວນໜື່ງຂອງຄົນທີ່ຕ້ອງການເຂົ້າສູ່ໂລກອອນລາຍ ບໍ່ວ່າຈະເຮັດຫຍັງຕ່າງໆກໍ່ຕ້ອງການອີເມລ ເພາະເປັນການຢືນຢັ້ງຕົວຕົນຂອງເຮົາ ສ່ວນໃຫຍ່ຈະໃຊ້ອີເມລເພື່ອຢືນຢັນ, ສົ່ງຂໍ້ຄວາມ... ອີເມລໄດ້ຮັບຄວາມນິຍົມ ຂອງໂລກ ຄົງໜີບໍ່ພົ້ນ Gmail

    ມື້ນີ້ຈະມາເວົ້າເຖີງ Gmail ອີເມລທີ່ມີຄົນໃຊ້ຢູ່ອັນດັບຕົ້ນໆຂອງໂລກ ເຮົາມາເລີ່ມສະໝັກອີເມລຂອງ Gmail ໄປພ້ອມໆກັນໄດ້ເລີຍ.

ສະໝັກ Gmail

      ການສະໝັກອີເມລຂອງ Gmail ຫຼື Google Mail ນັ້ນເປັນເລື່ອງງ່າຍໆ ໂດຍລາຍລະອຽດຂອງການສະໝັກແລ້ວຈະງ່າຍກວ່າ hotmail (ຖ້າຍບໍ່ພົບຂັ້ນຕອນການສົ່ງ SMS ) ບາງຄັ້ງຫາກສະມັກGmail ອາດມີໃຫ້ເຮົາສົ່ງ  SMS ເພື່ອຢືນຢັນເບີ້ໂທຂອງເຮົາ ອັນນີ້ຕ້ອງໃຊ້ເບີ້ໂທລະສັບຂອງເຮົາ ໃນການສະໝັກ (ແລ້ວແຕ່ກໍລະນີວ່າ google ເບີ່ງວ່າເຮົາເປັນ Spam ຫຼືບໍ່ )

ເລີ່ມສະໝັກ Gmail ໃນໂທລະສັບມືຖື ລະບົບ Android

ຂັ້ນທຳອິດໃຫ້ເຮົາເຂົ້າໄປທີ່ຕັ້ງຄ່າ>ເພີ່ມແອັກເຄົ້າ


ຕັ້ງຄ່າ


ເລືອກ ເພີ່ມແອກເຄົ້າ ຕາມລູກສອນຊີ້



ຈາກນັ້ນໃຫ້ເລືອກ Google ຄືກັບລູກສອນຊີ້




ໃຫ້ເລືອກ ໃໝ່ ຄືການສ້າງບັນຊີໃໝ່



ໃສ່ຊື່ ແລະ ນາມສະກຸນ ແລ້ວກົດ ຖັດໄປ ຫຼື ສຳເລັດ ດັ່ງພາບ


ປ້ອນຊື່ gmail ຂອງເຮົາໃສ່ ແລ້ວກົດ ຖັດໄປ

ຕັ້ງລະຫັດຜ່ານຂອງເຮົາຢ່າງໜ້ອຍ 8 ໂຕ (ຈື່ໄວ້ໃຫ້ດີ)


ຂັ້ນຕອນນີ້ໃຫ້ກົດຂ້າມໄປກ່ອນ ດັ່ງພາບລຸ່ມ


ຂັ້ນຕອນນີ້ໃຫ້ກົດຖັດໄປຕາມຮູບ



ຂັ້ນນີ້ໃຫ້ກົດ ຍອມຮັບ

ຂັ້ນຕອນນີ້ໃຫ້ເຮົາພີມອັນສອນຕາມພາບໃຫ້ຖືກຕ້ອງແລ້ວກົດ ຖັດໄປ


ພຽງເທົ່ານີ້ກໍ່ສຳເລັດໃນການສະໝັກ Gmail

ຖືວ່າສຳເລັດການສະໝັກ

ຫຼື ວ່າຈະເບີ່ງວີດີໂອສອນໃຫ້ຄິດຂ້າງລຸ່ມນີ້



Post a Comment

0 Comments