Google Mail ຫຼື Gmail ເປັນບໍລິການດີໆຈາກ Google ທີ່ເຮັດໃຫ້ເຮົາສາມາດມີ Email (ຈົດໝາຍອີເລັກໂທນິກ) ເປັນຂອງຕົນເອງໄດ້ ໂດຍສາມາດຂຽນຈົດໝາຍອີເມລ ໄປຫາຜູ້ຮັບທີ່ເຮົາຕ້ອງການໄດ້ຢ່າງຫຼາກຫຼາຍ ບໍ່ວ່າຈະເປັນ Hotmail, yahoo ແລະ ອື່ນໆ ໂດຍວິທີການໃຊ້ສາມາດໃຊ້ໄດ້ຜ່ານທາງລະບົບເວັບເມລ POP ແລະ IMAP ໂດຍໃນຍຸກທີ່ໂປຣແກຣມຍັງຢູ່ໄລຍະພັດທະນາ Gmail ເປີດໃຫ້ຜູ້ທີ່ໄດ້ຮັບຄຳເຊີນທົດລອງໃຊ້ເມື່ອວັນທີ່ 1 ເມສາ 2004 ແລະ ໃຫ້ບໍລິການແກ່ບຸກຄົນທົ່ວໄປເມື່ອວັນທີ 7 ກຸມພາ 2007 ຫຼັງຈາກນັ້ນຈື່ງອອກຈາກໄລຍະພັດທະນາພ້ອມກັບບໍລິການອື່ນໆຂອງ Google ເຊີ່ງໃນປັດຈຸບັນ Google Mai ເປັນບໍລິການ Email ເທີງເວັບໄຊທີ່ມີຜູ້ໃຊ້ຫຼາຍທີ່ສຸດໃນໂລກ ຄືຫຼາຍກວ່າ 425 ລ້ານຄົນ, Google Mail ໃນປັດຈຸບັນ ມີການຮັບຮອງພາສາທົ່ວໂລກໄດ້ 54 ພາສາ

0 Comments